• ວິທີໃໝ່ໃນການລະບຸມະເຮັງຜິວຫນັງ
    Sep 18 2024
    ແຜ່ນແປະເຂັມຂນາດນ້ອຍ (Micro-needle Patch) ໄດ້ຖືກພັດທະນາ ເພື່ອຮວບຮວມຈຸລັງ ແລະແພຈຸລັງ ໃນການວິນິດສັຍ ໂຣກມະເຮັງ ທີ່ບໍ່ມີຄວາມເຈັບປວດ, ບໍ່ມີເລືອດ, ບໍ່ມີການຕັດຜິວໜັງ ແລະໃຊ້ເວລາບໍ່ເຖິງນຶ່ງນາທີ. ແຕ່ຕອນນີ້ ຍັງຈະຕ້ອງມີການຄົ້ນຄວ້າເພີ່ມຕື່ມອີກ.
    Show More Show Less
    7 mins
  • Good reasons to observe the pedestrian road rules - ເຫດຜົນທີ່ດີ ທີ່ຈະປະຕິບັດຕາມກົດລະບຽບ ຂອງເສັ້ນທາງຍ່າງ
    Sep 18 2024
    Every day, pedestrians across Australia break the law without knowing it. This can result penalties and occasionally accidents. Stay safe and avoid an unexpected fine by familiarising yourself with some of Australia’s common pedestrian laws. - ທຸກໆມື້, ຄົນຍ່າງຖນົນທົ່ວອອສເຕຣເລັຍ ຝ່າຝືນກົດຫມາຍ ໂດຍບໍ່ຮູ້ໂຕ. ສິ່ງນີ້ ອາດກໍ່ໃຫ້ເກີດການລົງໂທດ ແລະອຸບັດຕິເຫດ ໃນບາງຄັ້ງ. ຈົ່ງຮັກສາຄວາມປອດພັຍ ແລະຫລີກເວັ້ນຈາກການລົງໂທດ ທີ່ຄາດບໍ່ເຖິງ, ແລະເປັນຫຍັງ ມັນຈຶ່ງສໍາຄັນ ທີ່ຈະທຳຄວາມຄຸ້ນເຄີຍ ກັບກົດຫມາຍທົ່ວໄປ ຂອງຄົນຍ່າງຖນົນ ຂອງອອສເຕຣເລັຍ.
    Show More Show Less
    10 mins
  • ການລອບສັງຫານ Trump ເທື່ອທີສອງ.
    Sep 18 2024
    ການລອບສັງຫານ Donald Trump ເທື່ອທໍາອິດໄດ້ເກີດຂຶ້ນໃນວັນທີ 13 ເດືອນກໍລະກົດ, ໃນລະຫວ່າງການຫາສຽງ ທີ່ເມືອງ Butler, ຣັດ Pennsylvania. ໃນວັນອາທິດ, ຄວາມພະຍາຍາມຄັ້ງທີສອງ ໄດ້ເກີດຂຶ້ນ ຢູ່ສນາມ Golfຂອງອະດີດປະທານາທິບໍດີ ໃນຣັດ Florida. ທາງຣັຖບານກ່າວວ່າ ຈະໃຫ້ຊັບພະຍາກອນທຸກຢ່າງແກ່ໜ່ວຍສືບຣາຊການລັບ (the Secret Service) ກ່ຽວກັບເລື້ອງນີ້.
    Show More Show Less
    8 mins
  • ວັນສັນຊາດ ອອສເຕຣເລັຍ.
    Sep 18 2024
    ເຖິງແມ່ນວ່າກົດໝາຍກ່ຽວກັບ ສັນຊາດ ແລະພົນລະເມືອງຂອງ ອອສເຕຣເລັຍ ໄດ້ຖືກປະກາດໃຊ້ ຕັ້ງແຕ່ປີ 1949, ແຕ່ການປ່ຽນແປງ ໄດ້ເປັນໄປຢ່າງຊ້າຫຼາຍ ເພາະແມ່ນໃນປີ 1967 ເທົ່ານັ້ນ ທີ່ເອກະສານ ຫນັງສືຜ່ານແດນ ຂອງອອສເຕຣເລັຍ ຈຶ່ງໄດ້ຖືກເອີ້ນວ່າ ຫນັງສືຜ່ານແດນ ຂອງອອສເຕຣເລັຍ. ໃນແຕ່ລະປີມີ ພົນລະເມືອງ ອອສເຕຣເລັຍ ໃໝ່ລາຍພັນຫຼາຍໝື່ນຄົນ, ແຕ່ກໍຍັງມີອີກຫຼາຍທີ່ລໍຖ້າການໄດ້ຮັບສັນຊາດຢູ່.
    Show More Show Less
    6 mins
  • ມາດຕະການປ້ອງກັນການຫຼິ້ນພະນັນ
    Sep 10 2024
    ລາຍງານ ຂອງສະຖາບັນ Grattan ພົບວ່າ ຊາວອອສເຕຣເລັຍ ຕິດການພະນັນສູງ ແລະມີການສູນເສັຍ ປະຈໍາປີປະມານ 1600 ໂດລາ ຕໍ່ຜູ້ໃຫຍ່ນຶ່ງຄົນ ($1635) ແລະເຄື່ອງ Poker machines ເປັນສາເຫດດຽວ ຂອງການສູນເສັຍທີ່ໃຫຍ່ທີ່ສຸດ.
    Show More Show Less
    8 mins
  • ການໃຊ້ໂທຣະສັບມືຖື ກັບໂຣກມະເລັງໃນສມອງ
    Sep 10 2024
    ມີການຢືນຢັນຈາກການຄົ້ນຄວ້າກ່ຽວກັບການໃຊ໊ໂທຣະສັບມືຖື ແລະມະເລັງ. ນັກຄົ້ນຄວ້າກ່າວວ່າ ການສຶກສານີ້ ເປັນຫລັກຖານທີ່ຫນັກແຫນ້ນ ທີ່ສຸດ ຈົນເຖິງປະຈຸບັນວ່າ ຄື້ນວິທະຍຸຈາກເທັກໂນໂລຈີໄຮ້ສາຍ (Wireless Technologies) ບໍ່ເປັນອັນຕະຣາຍຕໍ່ມະນຸດ.
    Show More Show Less
    5 mins
  • What are the unwritten rules in the Australian workplace? - ກົດລະບຽບທີ່ບໍ່ໄດ້ຂຽນໄວ້ ໃນບ່ອນເຮັດວຽກຂອງອອສເຕຣເລັຍ ແມ່ນຫຍັງ?
    Sep 10 2024
    In Australia, workplace codes of conduct differ from company to company, but some standard unwritten rules are generally followed in most businesses and industries. There are also a few unspoken rules in the Australian workplace that can evolve into a set of social norms. Here is how to navigate and familiarise yourself with these unwritten rules when starting a new job. - ໃນອອສເຕຣເລັຍ ກົດລະບຽບການປະພຶດ (ຈັນຍາບັນ) ຢູ່ບ່ອນເຮັດວຽກແຕກຕ່າງກັນ ໃນແຕ່ລະບໍຣິສັດ. ແຕ່ໂດຍທົ່ວໄປແລ້ວ ຈະມີການປະຕິບັດຕາມກົດລະບຽບທີ່ບໍ່ໄດ້ຂຽນໄວ້ທົ່ວໄປ ໃນທຸຣະກິດ ແລະອຸດສາຫະກັມສ່ວນຫຼາຍ. ແຕ່ຍັງມີກົດທີ່ບໍ່ໄດ້ກ່າວອອກ ຫຼືເວົ້າເຖິງ (Unspoken Rules) ໃນບ່ອນທໍາງານຂອງອອສເຕຣເລັຍ ທີ່ສາມາດກາຍເປັນມາດຕະຖານ ທາງສັງຄົມໄດ້. ນີ້ຄືວິທີ ທີ່ຈະຊ່ອຍ ໃຫ້ທຳຄຸ້ນເຄີຍ ກັບກົດທີ່ບໍ່ໄດ້ຂຽນໄວ້ເຫລົ່ານີ້ ເມື່ອເລີ່ມຕົ້ນເຮັດວຽກໃຫມ່
    Show More Show Less
    12 mins
  • ຜູ້ຍິງອົບພະຍົບ ກັບການລ່ວງລະເມີດທາງເພດ ໃນບ່ອນເຮັດວຽກ
    Sep 10 2024
    ລາຍງານໃຫມ່ພົບວ່າ ເກືອບເຄິ່ງຫນຶ່ງ ຂອງຜູ້ຍິງອົບພະຍົບ ແລະຜູ້ຍົກຍ້າຍຖິ່ນຖານ ຫລາຍກວ່າ 850 ຄົນ ທີ່ສໍາຫລວດ ລາຍງານວ່າ ໄດ້ປະສົບກັບການລ່ວງລະເມີດທາງເພດ ຢູ່ບ່ອນເຮັດວຽກ ໃນຫ້າປີທີ່ຜ່ານມາ. ການລ່ວງລະເມີດມາໃນຫຼາຍຮູບແບບ. ຜູ້ຍິງໄດ້ບອກວ່າ ປະສົບການເຫລົ່ານີ້ ມັກຈະມາພ້ອມ ກັບການເລືອກປະຕິບັດ (Discrimination) ຫລືການສແວງຫາຜົນປໂຍດ (Exploitation) ຢູ່ບ່ອນເຮັດວຽກ, ຮວມທັງການຢຽດເຊື້ອຊາດ (Racism).
    Show More Show Less
    12 mins